ນິທານ


ນຳ້ສອງຖັງ

ມີຊາຍຈີນຄົນໜຶ່ງແບກຖັງນ້ຳສອງຖັງໄວ້ເທິ່ງບ່າເພື່ອໄປຕັກນ້ຳທີ່ທ່ານ້ຳ

ຖັງໜຶ່ງມີຮອຍແຕກໃນຂະນະທີ່ອີກຖັງໜຶ່ງບໍ່ມີຮອຍຕຳນິແລະສາມາດບັນຈຸນ້ຳກັບມາໄດ້ເຕັມຖັງ.

ແຕ່ດ້ວຍລະຍະທາງອັນຍາວໄກຈາກທ່ານ້ຳກັບສູ່ບ້ານຈຶ່ງເຮັດໃຫ້ນ້ຳທີ່ຢູ່ໃນຖັງທີ່ມີຮອຍແຕກ

ເຫຼືອຢູ່ພຽງເຄິງດຽວເຫດການທັງໝົດນີ້ດຳເນີນມາເປັນເວລາ 2 ປີເຕັມ ທີ່ຄົນຕັກນ້ຳສາມາດ

ຕັກນ້ຳກັບມາບ້ານໄດ້ໜຶ່ງຖັງເຄິ່ງ ເຊິ່ງແນ່ນອນວ່າຖັງນ້ຳຖັງທີ່ບໍ່ມີຮອຍຕຳນິຈະ

ຮູ້ສຶກພາກພູມໃຈໃນຜົນງານເປັນຢ່າງຍິ່ງຄະນະດຽວກັນ ຖັງນ້ຳທີ່ມີຮອຍແຕກກໍ່

ຮູ້ສຶກອັບອາຍຕໍ່ຄວາມບົກພ່ອງຂອງໂຕເອງ ມັນຮູ້ສຶກໂສກເສົ້າກັບການທີ່ມັນສາມາດ

ເຮັດໜ້າທີ່ໄດ້ພຍງເຄື່ງດຽວຂອງຈຸດປະສົງທີ່ມັນຖືກສ້າງຂຶ້ນມາ ຫຼັງຈາກເວລາ 2 ປີ

ຖັງນ້ຳທີ່ມີຮອຍແຕກເບິ່ງວ່າເປັນຄວາມຫຼົ້ມເຫຼວອັນຂົມຂື້ນ

ມື້ໜຶ່ງທີ່ຂ້າງທ່ານ້ຳມັນໄດ້ເວົ້າວ່າ : ຂ້ອຍຮູ້ສຶກອັບອາຍໂຕເອງ ເປັນເພາະຮອຍແຕກທີ່ດ້ານຂ້າງຂອງໂຕຂ້ອຍ

ເຮັດໜ້າໃຫ້ນ້ຳທີ່ຢູ່ຂ້າງໃນໄຫຼອອກມາຕະຫຼອດເສັ້ນທາງທີ່ກັບໄປຍັງບ້ານຂອງເຈົ້າ

ຄົນຕັກນ້ຳຕອບວ່າ : ເຈົ້າເຄີຍສັງເກດຫຼືບໍ່ວ່າມີດອກໄມ້ເບັ່ງບານຢູ່ຕະຫຼອດເສັ້ນທາງໃນດ້ານຂອງເຈົ້າ

ແຕ່ກັບບໍ່ມີດອກໄມ້ຢູ່ເລີຍໃນອີກດ້ານໜຶ່ງເພາະຂ້ອຍຮູ້ວ່າເຈົ້າມີຮອຍແຕກຢູ່

ຂ້ອຍຈຶ່ງໄດ້ຫວ່ານພືດພັນດອກໄມ້ລົງທາງດ້າຂອງເຈົ້າ

ແລະທຸກມື້ທີ່ເຮົາຍ່າງກັບບ້ານນັ້ນເຈົ້າກໍເປັນຄົນຫົດນ້ຳດອກໄມ້ເຫຼົ່ານັ້ນ

ເປັນເວລາ 2 ປີທີ່ຂ້ອຍສາມາດທີ່ຈະເກັບດອກໄມ້ງາມໆເຫຼົ່ານັ້ນກັບມາຕົບແຕ່ງໂຕ໋ະກິນເຂົ້າ

ຖ້າຫາກປາສະຈາກເຈົ້າທີ່ເປັນເຈົ້າແບບນີ້ແລ້ວເຮົາກໍ່ຄົງບໍ່ໄດ້ຮັບຄວາມສວຍງາມແບບນີ້ໄດ້

ຄົນເຮົາແຕ່ລະຄົນຍ່ອມມີຂໍ້ບົກພ່ອງທີ່ເປັນເອກະລັກຂອງໂຕເອງ

ແຕ່ຮອຍຕຳນິແລະຂໍ້ບົກພ່ອງທີ່ເຮົາແຕ່ລະຄົນມີນັ້ນ

ອາດຊ່ວຍເຮັດໃຫ້ການຢູ່ຮ່ວມກັນຂອງເຮົາໜ້າສົນໃຈແລະກາຍເປັນບຳເນັດລາງວັນຂອງຊີວິດ

ໄດ້ ສິ່ງທີ່ຕ້ອງເຮັດກໍພຽງແຕ່ຍອມຮັບຄັນແຕ່ລະຄົນໃນແບບທີ່ເຂົາເປັນ

ແລະມອງຫາສິ່ງທີ່ດີທີ່ສຸດໃນໂຕຂອງພວກເຂົາເຫຼົ່ານັ້ນເທົ່ານັ້ນເອງ

  1. No comments yet.
  1. No trackbacks yet.

Leave a comment